| Re: Foreign leaders send condolences on death of former president |
|
 |
|
 |
|
 |
|
 |
Group: soc.culture.hmong · Group Profile
Author: cwjmemcwjmem Date: Sep 16, 2008 19:50
Buck hak noo (rat) , hak ma (dog) bor hak phinong lao. Tai kor dee
pai. Yoo kor nak din le xia khao thor nan na! khai xad nai din sin
nai nam hai keo loew, ai buck ma HAK NOO.
On Sep 15, 8:04 pm, DKJ gmail.com> wrote:
> All,
>
> ຜູ້ຂ້າສັງເກດເຫັນວ່າ ພີ່ນ້ອງລາວນອກສ່ວນໃຫຍ່
> ຍັງເຂົ້າໃຈແລະວາດພາບບັນດາຜູ້ນຳລາວ
> ແບບພວກປະຕິການຂວາຈັດ ທີ່ມັກອອກມາວິພາກວິຈານວ່າ
> ຍັງເປັນຜີເປັນສາງມາຈາກປ່າຈາກດົງ
> ແລ້ວແຕ່ພວກເສຍເສັ້ນນີ້ ຊິພັນລະນາໄປ
>
> ພວກທ່ານຈະໄປຕີລວດກວາດພຽງວ່າບັນດາຜູ້ນຳລາວປະຕິວັດເປັນແບບດຽວກັນນັ້ນ
> ແມ່ນບໍ່ມີຄວາມເປັນທຳຕໍ່ຄອບຄົວຂອງຜູ້ທີ່ໄດ້ລ່ວງລັບໄປແລ້ວ
> ທັງໆທີ່ພວກທ່ານບໍ່ໄດ້ຮູ້ຄວາມຈິງການໃຊ້ຊີວິດຂອງພວກເພິ່ນໃນໄລຍະ 30 ກວ່າປີ
>
> ທ່ານຫນູຮັກ ເປັນຜູ້ນຳລາວ ທີ່ມີຄົນນັບຖືແລະຢຳເກງທີ່ສຸດໃນລາວ
> (the most charismatic leader in Laos) ຈົນຮອດວັນສຸດທ້າຍຂອງຊີວິດເພິ່ນ
> ແມ້ກະທັ້ງມື້ປົກສົບສົ່ງສະການ, ມີຄົນມາຮ່ວມພິທີເປັນຫມື່ນ
> ຈົນບໍ່ມີບ່ອນຊິຢືນຢູ່ເດີ່ນທາດຫລວງ
>
> 1.ທ່ານເປັນຄົນຮັກຊາດຮັກປະຊາຊົນໂດຍສາຍເລືອດ
> ບໍ່ເຄີຍເອົາເລື່ອງຜົນປະໂຫຍດສ່ວນຕົວມາກ່ຽວຂ້ອງ
> ນັບແຕ່ 1975 ຈົນຮອດ 2008 (33ປີ) ຢູ່ເຮືອນນ້ອຍຫລັງດຽວທີ່ລັດມອບໃຫ້ ແລະ
> ບໍ່ເຄີຍຮຽກຮ້ອງຕື່ມອີກ
> ເຖິງວ່າ ລັດຖະບານຈະປຸກໃຫ້ໃຫມ່ ແຕ່ເພິ່ນກໍປະຕິເສດ ບອກວ່າບໍ່ຈຳເປັນ
> ສ່ຳນີ້ກໍຢູ່ໄດ້ແລ້ວ
> 2.ທ່ານໃຊ້ເວລາສ່ວນໃຫຍ່ໄປຖາມສຸກທຸກແລະບັນຫາຂອງປະຊາຊົນຢູ່ຕາມເຂດຕ່າງໆທົ່ວປະເທດ
> ແລ້ວກັບມາແນະນຳທາງເບື້ອງລັດລົງໄປແກ້ໄຂ
> ເຊິ່ງສ່ວນໃຫຍ່ແມ່ນໄດ້ຮັບຕອບສະຫນອງເປັນຢ່າງດີ
> 3.ທ່ານເປັນທີ່ປຶກສາແລະຜູ້ແນະນຳໃນການແກ້ບັນຫາຄວາມຂັດແຍ່ງພາຍໃນທີ່ຊົງອິດທິພົນແລະເປັນທຳທີ່ສຸດ
> ນອກນັ້ນ ທ່ານຍັງເປັນຜູ້ສັງເກດການທີ່ຢາກຮູ້ຢາກເຫັນທຸກບັນຫາຂອງບ້ານເມືອງ
> ຜ່ານມາ ທ່ານເຄີຍເຊີນ ນັບແຕ່ນາຍບ້ານຈົນຮອດລັດຖະມົນຕີມາພົບ
> ເພື່ອທັກທ້ວງ ແລະ ແນະນຳໃນການແກ້ໄຂບັນຫາ ເພື່ອຊາດບ້ານເມືອງ
> ໂດຍປາສະຈາກເລື່ອງຜົນປະໂຫຍດແຊກຊ້ອນໃດໆທັງຫມົດ.
>
> ຍັງມີຫລາຍເລື່ອງຂອງທ່ານຫນູຮັກ ທີ່ຜູ້ນຳລາວລຸ້ນໃຫມ່ຄວນເອົາແບບຢ່າງ
> ຖ້າມີໂອກາດອີກ ເທື່ອຫນ້າຈະມາເລົ່າໃຫ້ຟັງຕື່ມ.
>
> ຮັກແພງ
> ດກຈ
|