Re: ວິທີການເປັນນາຍຄົນ
  Home FAQ Contact Sign in
soc.culture.hmong only
 
Advanced search
POPULAR GROUPS

more...

 Up
Re: ວິທີການເປັນນາຍຄົນ         

Group: soc.culture.hmong · Group Profile
Author: ຜູ່ບ່າວລາວ
Date: Jun 8, 2008 22:29

ອາແຮ໋ມ!

(ຂໍບອກໄວ້ກ່ອນ ຖ້າໃຜຂີ້ຄ້ານອ່ານບົດຂອງ ຜບລ ບໍ່ຕ້ອງອ່ານຫລືກາຍໄປບົດອື່ນໂລດ)

ເໝິດແລ້ວບໍ ພວກທີ່ຈະເວົ້າ ພິເສດແມ່ນບັນດາສະຫາຍທັງຫລາຍ ແລະພະນັກງານ
ອັນຮວມທັງພວກຂີ້ດິນດາກຕິດຫົວນຶກວ່າແມ່ນຫອນທັງຫລາຍ?

ບັດນີ້ປ່ອຍ ຜຂ ໄດ້ເວົ້ານຳແດ່ ເຫັນວ່າກ່າດາຍ... ດົນນານຈຶ່ງໄດ້ມາ ເພາະຄາໄປຕຶກເບັດຢູ່ ບາດກັບມາ
ມີຮອດຕີນອັດປາກກ່າມີ... ສົມພໍດອກ ປາບໍ່ກິນເບັດ ມັນແມ່ນພວກບໍ່ສົມປະກອບນີ້ຈົ່ມຂວັນ ຢູ່ພີ້ຕ່າງຫາກ, ຜຂ
ຫາກເວົ້າແລ້ວ ຮ໋າໆໆໆໆ...

ເຖິງທ່ານ ດກຈ

ທ່ານ ດກຈ ເອີຽ! ທ່ານຢ້ານຫຍັງ? ຢ້ານ ຜບລ ນີ້ຈະໄປຍາດຕັ່ງນັ່ງຂອງທ່ານຊັ້ນບໍ? ສ່ວນ ຂພຈ
ບໍ່ໄດ້ສະອອນນຳຕຳແໜ່ງຂອງທ່ານເດີ. ຂພຈ ບໍ່ໄດ້ຢ້ານເລື່ອນ ບໍ່ໄດ້ຢ້ານເຫລືອ ບໍ່ໄດ້ອິດສາ ບໍ່ໄດ້ຮ້ອນ ບໍ່ໄດ້ໜາວ
ໃນໜ້າທີ່ຕໍ່າແໜ່ງຂອງພວກທ່ານ... "ອຸປມາວ່າ ປະເທສລາວ ປ່ຽນແປງ ມີ ສິບພັກການເມືອງ
ເກີດຂຶ້ນຢູ່ໃນລາວພາຍມື້ອື່ນນີ້ ທ່ານຄິດວ່າ ຂພຈ ຈະໂດດເຂົ້າເມືອຊັ້ນບໍ? ຖ້າທ່ານຄິດແບບນັ້ນ
ແມ່ນທ່ານຄິດຜິດສາແລ້ວ... ທີ່ ຂພຈ ເວົ້າຢູ່ນີ້ແມ່ນທວນຄືນ ທິສດີການເມືອງ ຂອງພັກແລະລັດຂອງທ່ານແລ້ວ
ໃຫ້ທ່ານເຂົ້າໃຈໄວ້ ຂພຈ ບໍ່ໄດ້ສະອອນນຳຕຳແໜ່ງຂອງທ່ານດອກເດີ ຂໍໃຫ້ທ່ານສະບາຍໃຈໄດ້ໂລດ"

ເຖິງທ່ານ ແລຣີ ຜີບ້າ

ການປຽບທຽບມັນຜິດຢູ່ບ່ອນໃດ? ຂພຈ ຍັງບໍ່ທັນໄດ້ດ່າຜູ່ໃດເທື່ອ ພຽງແຕ່ເອົາຮູບມາສົມທຽບໃສ່ຮຽບຊື່ໆ
ມັນປານນັ້ນພຸ້ນບໍ? ຮູບກ່າແມ່ນຮູບຂອງ ດກຈ ເປັນ ຜູ້ລົງເອງທຸກໆຮູບທັງໝົດ (ບໍ່ແມ່ນ ຂພຈ ເສກສັນປັ້ນແຕ່ງ)
ການປຽບທຽບ ພໍ່ນາກັບໝາເຕົ່າ, ຣາຊາກັບຄົນຂໍທານ, ສັກດີນາກັບບ່າວໄຜ່,
ພັກແລະລັດກັບປະຊາຊົນຕາດຳໆຜູ່ທີ່ທຸກຍາກ, ສົມທຽບແບບນີ້ມັນຜິດຢູ່ບ່ອນໃດ????????
(ກະຣຸນາອ່ານບັ້ນທ້າຍຂອງບົດນີ້)

ເຖິງລາວຮັກລາວ

ໃຈເຢັນໆ ຂພຈ ໄດ້ຮັບ ຈມ ຫລາຍສບັບບໍ່ຢາກໃຫ້ ຂພຈ ຕອບແຮງ ແຕ່ບໍ່ເປັນຫຍັງ ຂພຈ
ເປັນຄົນດີແລະມີເຫດຜົນ ບໍ່ໄດ້ແຮງດອກ ທຸກຢ່າງຄ່ອຍເປັນຄ່ອຍໄປ... ແຕ່ສິ່ງສຳຄັນ ຄວາມເວົ້າພວກເພີ່ນ
ເວົ້າແບບ ອະນຸໂລມແລະປະຕິໂລມ ບັດຜົນສຸດທ້າຍກ່າເອົາຮູບ ເດັກນ້ອງ ເລັຽຕອງໃບກ້ວຍມາປັນ
ພີ່ນ້ອງລາວມົ້ງທີ່ຈະກັບເມືອງລາວນັ້ນເບີ່ງ ໂອ້ຽ!!!! ຂໍຢືມກະໂຖນແດ່.... ຜບລ ເມົາແລ້ວມັນປວກຮາ
ນາ.... ຂໍໂທສເດີ ຍາອາວ....

ເຖິງມົ້ງ ໒໑໓

ຊອກຖາມຫາຕ່ອນໃຫ້ລູກໃຫ້ຫລານບໍ? ຕ່ອນກ່າຢູ່ຖ້ວຍ ຫົວໜ້າ (ທ່ານໂຢ່ງໂຢ້) ຂອງເພີ່ນພຸ້ນເດ!!!!! ເດັກນ້ອຍ
ອະນາຄົດຂອງຊາຕລາວ ຕ້ອງເລັຽ ໃບຕອງກ້ວຍນັ້ນລະ... ມັນດີແລ້ວ
ທີ່ພັກແລະລັດມີເຂົ້າລ້າໆໃສ່ໃບຕອງກ້ວຍໃຫ້ເລັຽ.... ແນວໃດກ່າຊາບຊື້ງໃນບຸນຄຸນຂອງພັກແລະລັດຂອງເພີ່ນເດີ...

ເຖິງທ່ານ ລາວສະເຕີ

ທ່ານແນ່ນອນຢູ່ບໍວ່າທ່ານເຂົ້າໃຈ ໃນຄວາມໝາຍຂອງການປຽບຂອງ ຂພຈ??? ທ່ານເວົ້າວ່າ ຂພຈ
ເອົາຕີນຍັດສັ່ງປາກໂຕເອງ ໂອ້ຽ! ຂໍໂທສແດ່ເທາະ ຍາອາວ ຕີນຂອງ ຜຂ ມັນໃຫຍ່ ແລ້ວປາກຂອງ ຜຂ
ມັນນ້ອຍ ມັນບໍ່ຫລວມກັນ ຂໍຢືມປາກທ່ານ ລາວສະເຕີ ໑ ມາຕື່ມເພື່ອ ພໍໃຫ້ມັນຫລວມຕີນຂອງ ຂພຈ ນັ້ນນາ...

ເຖິງທ່ານຈອນນີ

ເອົາຕາມສະບາຍໂລດ ຜບລ ບໍ່ວ່າຫຍັງດອກ... ຜບລ ຄາໄປຕຶກເບັດນີ້ແລ້ວ... ເທື່ອໜ້າທ່ອງ
ນະໂມກ່ອນກ່າໄດ້ເດີ...

ເຖິງທ່ານ ຢາຈີ

ທ່ານນີ້ຕາໄວ ບໍ່ແມ່ນຂອງຄ່ອຍ. ຂໍຂອບໃຈນຳຫລາຍໆເດີ...

ເຖິງພະນັກງານຂອງພັກແລະລັດທັງຫລາຍ...

ນະໂຍບາຍການສ້າງສາປະເທສຊາຕ ສັງຄົມນິຍົມເຄີຍສັ່ງສອນປະຊາຊົນຄົນລາວໄວ້ວ່າ:
ເຍົາວະຊົນຄືຊະຕາກັມແລະອະນາຄົດຂອງຊາຕ ບໍ່ວ່າຢູ່ໃນຊາຕໃດໆ ຖ້າເດັກສລາດ ຊາຕນັ້ນຈເຣີນ. ຢູ່ໃນ
ເມກາ, ຝຣັ່ງເສດ, ອັງກິດ, ຣັດເຊັຽ, ຈີນ ແລະຊາຕອື່ນໆ ເຂົາກໍເອົາ ເຍົາວະຊົນ ໄປກ່ອນກ້າວນຶ່ງ
ກ້າວທີ່ສອງແມ່ນການສຶກສາ ເພື່ອສົ່ງເສີມ ເຍົາວະຊົນ... ຂນາດຄົນຣັດເຊັຽ ຫິວເຂົ້າ
ເຂົາເຈົ້າໄດ້ເຂົ້າຈີ່ກ້ອນນຶ່ງມາ ເຂົາກໍຍັງ ເອົາມາປ້ອນເດັກນ້ອຍກິນກ່ອນ ກ່ອນພໍ່ແມ່ຫລືຜູ່ໃຫຍ່ຈະກິນ...
ແລ້ວທຸກມື້ນີ້ເດ ສັງຄົມນິຍົມຂອງລາວກ່າເປັນແບບນັ້ນຢູ່ບໍ?
ຫລືລືມໝົດແລ້ວ????

ຕອນສມັຍ ຂພຈ ຮຽນການເມືອງ ເພີ່ນກ່າບອກກ່າສອນ ຢ່າໄປເອົາປຽບເອົາລັດ ມີເຂົ້າເມັດຫັກ
ຜັກເສັ້ນນຶ່ງກໍຕ້ອງແບ່ງປັນກັນກິນ (ເໝືອນດັ່ງ ປຊຊ ຊຳເໜືອເຄີຍເອົາຜັກເສັ້ນນຶ່ງ
ແບ່ງປັນອ້າຍນ້ອງແນວລາວຮັກຊາຕນັ້ນກິນຈຶ່ງມີແຮງປົດປ່ອຍປະເທສລາວໄດ້) ແຕ່ມາຮອດມື້ນີ້
ຫາຍໄປໃສໝົດແລ້ວ? ນີ້ລະ ທີ່ທ່ານເຊີນຍີ້ມເວົ້າວ່າ: ຖ້າທ່ານໄກສອນຍັງມີຊີວິຕຢູ່ພວກທ່ານເຈັບໂຕ...
(ພວກຂີ້ດິນດາກຕິດຫົວນຶກວ່າແມ່ນຫອນທັງຫລາຍ...)

ແລະຈຳໄວ້ວ່າ: ພໍ່ເປັນຊ່າງຕີເຫລັກ ລູກກ່າຢາກເປັນຊ່າງຕີເຫລັກ, ພໍ່ເປັນໂຈນ ລູກກໍຢາກເປັນໂຈນ,
"ມື້ນີ້ເຂົາໃຫ້ກູເລັຽຕອງກ້ວຍ ຖ້າກູໄດ້ເປັນນາຍຍົກ ກູກໍຈະໃຫ້ເຂົາເລັຽໃບຕອງກ້ວຍຄືກັນ"

ຈົບ

ຜບລ
no comments
diggit! del.icio.us! reddit!