ການຢ້ຽມຢາມ ພີ່ນ້ອງລາວເຜົ່າມົ້ງ ທີ່ກັບມາຈາກໄທ ຢູ່ບ້ານພັດທະນາຜາຫລັກ ເມືອງກາສີ ແຂວງວຽງຈັນ.
  Home FAQ Contact Sign in
soc.culture.hmong only
 
Advanced search
POPULAR GROUPS

more...

soc.culture.hmong Profile…
 Up
ການຢ້ຽມຢາມ ພີ່ນ້ອງລາວເຜົ່າມົ້ງ ທີ່ກັບມາຈາກໄທ ຢູ່ບ້ານພັດທະນາຜາຫລັກ ເມືອງກາສີ ແຂວງວຽງຈັນ.         


Author: ດອກກະຈຽວ
Date: Aug 22, 2007 02:38

ໃນວັນທີ 17 ສິງຫາ 2007 ທີ່ຜ່ານມາ, ຄະນະຜູ້ແທນກອງທັບປະຊາຊົນລາວ ແລະ
ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງໄປຢ້ຽມຢາມ
ເບິ່ງສະພາບການດຳລົງຊີວິດຂອງ ພໍ່ແມ່ປະຊາຊົນລາວເຜົ່າມົ້ງ
ຢູ່ບ້ານພັດທະນາຜາຫລັກ, ເມືອງກາສີ, ແຂວງວຽງຈັນ ເຊິ່ງນຳໂດຍ ທ່ານ ພົນຈັດຕະວາ
ບົວສ້ຽງ ຈຳປາພັນ, ຮອງຫົວຫນ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ແລະ ທ່ານ
ທອງສີ ອີນທະພົນ, ຮອງຫົວຫນ້າ ຄະນະພົວພັນຕ່າງປະເທດສູນກາງພັກ
ພ້ອມທັງພະນັກງານທີ່ກ່ຽວຂ້ອງ ຈຳນວນຫນຶ່ງ.
http://www.flickr.com/photos/dkj-hmong/
14 Comments
Re: ການຢ້ຽມຢາມ ພີ່ນ້ອງລາວເຜົ່າມົ້ງ ທີ່ກັບມາຈາກໄທ ຢູ່ບ້ານພັດທະນາຜາຫລັກ ເມືອງກາສີ ແຂວງວຽງຈັນ.         


Author: ດອກກະຈຽວ
Date: Aug 22, 2007 02:49

ໃນລະຫວ່າງການຢ້ຽມຢາມ, ຄະນະຜູ້ແທນ ໄດ້ຮັບຟັງການລາຍງານ ສະພາບລວມ ການຈັດຕັ້ງ
ບ້ານໃຫມ່ ແລະ ຈັດສັນບ່ອນທຳມາຫາກິນ ພ້ອມທັງ ສະພາບຊີວິດການເປັນຢູ່
ຂອງພີ່ນ້ອງລາວເຜົ່າມົ້ງ ທີ່ຖືກສົ່ງກັບ ມາຈາກປະເທດໄທ ເມື່ອຕົ້ນເດືອນມິຖຸນາ
ທີ່ຜ່ານມາ ໂດຍແມ່ນ ທ່ານ ລາວ ປາວ ຊົ່ງ ນະວົງໄຊ, ຫົວຫນ້າຮັບຜິດຊອບ
ບ້ານພັດທະນາຜາຫລັກ ເປັນຜູ້ກ່າວລາຍງານ ເຊິ່ງມີເນື້ອໃນບາງຕອນວ່າ:
http://www.flickr.com/photos/dkj-hmong/1201046913/
no comments
Thank you dkj but it's sad to see your chicken houses though...         


Author: Phi Dung Mo
Date: Aug 22, 2007 02:52

Don't you have better pictures to show? I don't think these pictures help
the outlook of your LPDR. They look sad and primitive.

Phi Dung Mo.
"ດອກກະຈຽວ" gmail.com> wrote in message
news:1187775528.983408.4760@q3g2000prf.googlegroups.com...
ໃນວັນທີ 17 ສິງຫາ 2007 ທີ່ຜ່ານມາ, ຄະນະຜູ້ແທນກອງທັບປະຊາຊົນລາວ ແລະ
ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງໄປຢ້ຽມຢາມ
ເບິ່ງສະພາບການດຳລົງຊີວິດຂອງ ພໍ່ແມ່ປະຊາຊົນລາວເຜົ່າມົ້ງ
ຢູ່ບ້ານພັດທະນາຜາຫລັກ, ເມືອງກາສີ, ແຂວງວຽງຈັນ ເຊິ່ງນຳໂດຍ ທ່ານ ພົນຈັດຕະວາ
ບົວສ້ຽງ ຈຳປາພັນ, ຮອງຫົວຫນ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ແລະ ທ່ານ
ທອງສີ ອີນທະພົນ, ຮອງຫົວຫນ້າ ຄະນະພົວພັນຕ່າງປະເທດສູນກາງພັກ
ພ້ອມທັງພະນັກງານທີ່ກ່ຽວຂ້ອງ ຈຳນວນຫນຶ່ງ.
http://www.flickr.com/photos/dkj-hmong/


Show full article (2.87Kb)
no comments
Re: ການຢ້ຽມຢາມ ພີ່ນ້ອງລາວເຜົ່າມົ້ງ ທີ່ກັບມາຈາກໄທ ຢູ່ບ້ານພັດທະນາຜາຫລັກ ເມືອງກາສີ ແຂວງວຽງຈັນ.         


Author: ດອກກະຈຽວ
Date: Aug 22, 2007 02:54

ບ້ານພັດທະນາຜາຫລັກ ເປັນບ້ານຕັ້ງໃຫມ່ ຫ່າງຈາກບ້ານປຸ່ງຫລັກ 2 ກິໂລແມັດ ແລະ
ຫ່າງຈາກ ເມືອງກາສີ ໄປທາງທິດຕະເວັນຕົກ ປະມານ 30 ກວ່າກິໂລແມັດ; ປະຈຸບັນ
ມີພໍ່ແມ່ພີ່ນ້ອງລາວຊາວເຜົ່າມົ້ງ ເຂົ້າມາອາໃສຢູ່ແລ້ວ 11 ຄອບຄົວ
ມີຈຳນວນພົນທັງໝົດ 66 ຄົນ ເຊິ່ງທັງໝົດແມ່ນໄດ້ເດີນທາງ ກັບຄືນມາຈາກ ປະເທດໄທ
ຍ້ອນຫລົງຜິດເຊື່ອຟັງຄຳຕົວະຍົວະຫລອກຫລວງຂອງກຸ່ມຄົນບໍ່ດີ
ຈົນເຮັດໃຫ້ເຂົາເຈົ້າ ສູນເສຍ (ຂາຍ) ບ່ອນພັກອາໄສ ແລະ ທີ່ດິນທຳມາຫາກິນ
ທີ່ເຄີຍມີມາແຕ່ກ່ອນຢູ່ລາວ.
http://www.flickr.com/photos/dkj-hmong/595594396/
no comments
Re: ການຢ້ຽມຢາມ ພີ່ນ້ອງລາວເຜົ່າມົ້ງ ທີ່ກັບມາຈາກໄທ ຢູ່ບ້ານພັດທະນາຜາຫລັກ ເມືອງກາສີ ແຂວງວຽງຈັນ.         


Author: ດອກກະຈຽວ
Date: Aug 22, 2007 03:00

ພາຍຫລັງທີ່ໄດ້ເດີນທາງມາເຖິງ ອຳນາດການປົກຄອງເມືອງກາສີ ແຂວງວຽງຈັນ ກໍຄື
ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ໃຫ້ການຊ່ວຍເຫລືອເບື້ອງຕົ້ນ ແກ່ເຂົາເຈົ້າ
ເປັນຕົ້ນແມ່ນ ເຄື່ອງນຸ່ງຫົ່ມ, ອາຫານການກິນ, ການກວດກາສຸຂະພາບ ແລະ
ມອບເຮືອນຈັດສັນ ທີ່ສ້າງໂດຍທຶນລັດຖະບານ ໃຫ້ຄອບຄົວລະຫນຶ່ງຫລັງ
ຄຽງຄູ່ກັນນັ້ນ ທາງຄະນະຮັບຜິດຊອບ ກໍໄດ້ເອົາໃຈໃສ່
ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ເຂົາເຈົ້າ
no comments
Re: ການຢ້ຽມຢາມ ພີ່ນ້ອງລາວເຜົ່າມົ້ງ ທີ່ກັບມາຈາກໄທ ຢູ່ບ້ານພັດທະນາຜາຫລັກ ເມືອງກາສີ ແຂວງວຽງຈັນ.         


Author: ດອກກະຈຽວ
Date: Aug 22, 2007 03:03

ນຳເອົາເອກະສານທສຳຄັນມາເຜີຍແຜ່ ເປັນຕົ້ນແມ່ນ ເອກະສານກ່ຽວກັບ
ປະເທດລາວຄົນລາວເປັນເຈົ້າຂອງ,ຄວາມສາມັກຄີບັນດາເຜົ່າ,
ບາງໝວດບາງມາດຕາຂອງລັດຖະທຳມະນູນ ແລະ ກົດຫມາຍ ກ່ຽວກັບ
ສິດທິພື້ນຖານຂອງພົນລະເມືອງລາວ, ເອກະສານ ຫັນປ່ຽນໂດຍສັນຕິຂອງສັດຕູ ແລະ
ເອກະສານການຮັກສາ ສຸຂະອານາໄມ ແລະ ການປົກປັກຮັກສາສະພາບແວດລ້ອມ
ຈົນເຮັດໃຫ້ພໍ່ແມ່ປະຊາຊົນຈຳນວນດັ່ງກ່າວ
ເລີ້ມມີຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ເຮັດໃຫ້ເຂົາເຈົ້າ
ຄ່ອຍໆມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ຢາກສ້າງສາພັດທະນາຄອບຄົວຂອງເຂົາເຈົ້າ
ເປັນຕົ້ນແມ່ນ ໄດ້ມີການລ້ຽງສັດ, ປູກຝັງ ແລະ ມີໜອງປາລວມຂອງບ້ານ ເກີດຂຶ້ນ.
http://www.flickr.com/photos/dkj-hmong/1178905448/
no comments
Re: ການຢ້ຽມຢາມ ພີ່ນ້ອງລາວເຜົ່າມົ້ງ ທີ່ກັບມາຈາກໄທ ຢູ່ບ້ານພັດທະນາຜາຫລັກ ເມືອງກາສີ ແຂວງວຽງຈັນ.         


Author: ດອກກະຈຽວ
Date: Aug 22, 2007 03:09

ສຸດທ້າຍ, ທ່ານ ພົນຈັດຕະວາ ບົວສ້ຽງ ຈຳປາພັນ ກໍສະແດງຄວາມຍ້ອງຍໍຊົມເຊີຍ
ຕໍ່ຄະນະຮັບຜິດ ຊອບບ້ານພັດທະນາຜາຫລັກ ທີ່ໄດ້ເອົາໃຈໃສ່ຢ່າງໃກ້ສິດ
ໃນການເບິ່ງແຍງຊ່ວຍເຫລືອແກ່ພໍ່ແມ່ປະຊາຊົນ ຜູ້ທີ່ຍັງເພງຕົນເອງບໍ່ທັນໄດ້ ແລະ
ຍັງໄດ້ຮຽກຮ້ອງໃຫ້ນຳພາເຂົາເຈົ້າທຳການຜະລິດຈັດຫາເນື້ອທີ່ປູກຝັງ,
ສະໜອງແນວພັນປູກ ແລະ ແນວພັນສັດເປັນຕົ້ນແມ່ນ: ເປັດ, ໄກ່, ໝູ ແລະ ງົວ
ເພື່ອໃຫ້ເຂົາເຈົ້າ ມີຄວາມອຸ່ນອ່ຽນທຸ່ນທ່ຽງ ຕໍ່ການນຳພາຂອງພັກ-ລັດ ແລະ
ຄ່ອຍໆກຸ້ມຕົນເອງຂຶ້ນເທື່ອລະກ້າວ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ.
http://www.flickr.com/photos/dkj-hmong/1178851116/
no comments
Re: ການຢ້ຽມຢາມ ພີ່ນ້ອງລາວເຜົ່າມົ້ງ ທີ່ກັບມາຈາກໄທ ຢູ່ບ້ານພັດທະນາຜາຫລັກ ເມືອງກາສີ ແຂວງວຽງຈັນ.         


Author: ດອກກະຈຽວ
Date: Aug 22, 2007 03:11

ນອກຈາກການຢ້ຽມຢາມຖາມຂ່າວຜູ້ທີ່ກັບມາຕັ້ງຖິ່ນຖານໃຫມ່ຄັ້ງນີ້ແລ້ວ, ທ່ານ
ທອງສີ ອີນທະພົນ, ຮອງຫົວຫນ້າຄະນະພົວພັນຕ່າງປະເທດ ສູນກາງພັກ
ຍັງໄດ້ນຳເອົາເຄື່ອງຊ່ວຍເຫລືອ ເປັນຕົ້ນແມ່ນ ມຸ້ງ ແລະ ເກີບໃສ່ ຈຳນວນຫນຶ່ງ
ມອບໃຫ້ແກ່ພີ່ນ້ອງລາວເຜົ່າມົ້ງ ບ້ານພັດທະນາຜາຫລັກ ດັ່ງກ່າວ.
http://www.flickr.com/photos/dkj-hmong/1178592480/

ດກຈ-dkj
no comments
Re: ການຢ້ຽມຢາມ ພີ່ນ້ອງລາວເຜົ່າມົ້ງ ທີ່ກັບມາຈາກໄທ ຢູ່ບ້ານພັດທະນາຜາຫລ ັກ ເມືອງກາສີ ແຂວງວຽງຈັນ.         


Date: Aug 22, 2007 10:05

ເປັນພີເສດ ອີກຮູບນື່ງ

http://youtube.com/watch?v=LmSWXk1nFRc
no comments
Re: ການຢ້ຽມຢາມ ພີ່ນ້ອງລາວເຜົ່າມົ້ງ ທີ່ກັບມາຈາກໄທ ຢູ່ບ້ານພັດທະນາຜາຫລັກ ເມືອງກາສີ ແຂວງວຽງຈັນ.         


Author: ດອກກະຈຽວ
Date: Aug 22, 2007 22:23

There is only three people posted so far on this topic, but we have
two fake usernames already. These two ill-mental people need badly to
see a doctor.

Btw, youtube has not been working for long tome in Laos
Kiss my ass!
dkj
no comments
1 2